ທາງຄະນະສະພາຜູ້ບໍລິຫານ ຂອງສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຈຳປາສັກ ຈຳກັດ ໄດ້ສົມທົບທຶນປະກອບສ່ວນຊື້ຕຽງນອນຄົນເຈັບຈຳນວນ 5 ໜ່ວຍ. ເປັນເງິນ: 28,750,000 ກີບ ມອບໃຫ້ອົງການປົກຄອງແຂວງ.ເພື່ອປະກອບສ່ວນເຂົ້າໃນການສະກັດກັ້ນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງຈຳປາສັກ.