ເພື່ອປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ COVID 19 ທີ່ກຳລັງແຜ່ເຊື້ອຂື້ນທຸກໆວັນ ທາງ ສກຈຮ ຈປສ ໄດ້ເອົາໃຈໃສ່ທາງດ້ານສາທາລະນະສຸກ ໄດ້ພົ່ງຢາຂ້າເຊື້ອເພື່ອຕ້ານ ແລະ ສະກັດກັ້ນຕໍ່ພະຍາດດັ່ງກ່າວ ຕາມສະຖານທີ່ບ່ອນເຮັດວຽກ ແລະ ບ່ອນບໍລິການລູກຄ້າທີ່ເຂົ້າມາໃຊ້ບໍລິການເພື່ອໃຫ້ລູກຄ້າທຸກທ່ານ ແລະ ພະນັກງານ ໄດ້ຮັບຄວາມປອດໄພຈາກພະຍາດ COVID19 ພ້ອມກັນນັ້ນ ທາງ ສກຈຮ ຈປສ ຂອງພວກເຮົາຍັງມີເຈວລ້າງມືໄວ້ໃຫ້ລູກຄ້າທຸກທ່ານ ພ້ອມເສົາແສງເລເຊີເພື່ອຂ້າເຊື້ອພະຍາດ COVID19 ໄວ້ບໍລິການລູກຄ້າ.